The Asha Foundation

ມູນນິທິ ອາຊາ (The Asha Foundation)

ມູນນິທິ ອາຊາ ໄດ້ສ້າງຕັ້ງຂຶ້ນໃນປີ 2002 ໂດຍທ່ານ ​ຊອນ ບຣາວ ເເລະ ທ່ານ ນາງ ອາຊາ ບຣາວ (Asha Brown) ເພື່ອໃຫ້ການຊ່ວຍເຫຼືອ ດ້ານມະນຸດສະທໍາ ໃນຂະແໜງການທີ່ທຸກຍາກຂອງສັງຄົມ. ມູນນິທິ ອາຊາ [TAF] ເນັ້ນ ໜັກໃສ່ 3 ປະເທດໃນອາຊີ ກໍ່ຄື: ປະເທດລາວ, ຟິລິປິນ ແລະ ໄທ. ໃນປະເທດເລົ່ານີ້, ມູນນິທິ TAF ​ໃຫ້ການຊ່ວຍ ເຫຼືອບັນດາສະຖາບັນ ແລະ ແຜນງານພັດທະນາຊຸມຊົນ ແລະ ການສຶກສາທີ່ສ້າງຕັ້ງຂຶ້ນມາໃນຂັ້ນທ້ອງຖິ່ນ ແລະ ມີປະ ຫວັດການເຮັດວຽກທີ່ດີ.

ໃນແຕ່ລະປະເທດ, ມູນນິທິ TAF ຈະແກ້ໄຂ 3 ຂົງເຂດຂອງບັນຫາຕົ້ນຕໍ່ ຄື:

ການສຶກສາ

ມູນນິທິ TAF ສະໜັບສະໜູນ ໂຄງການຕ່າງໆ ເພື່ອໃຫ້ການສຶກສາ ສໍາລັບ ເດັກກໍ່າພ້າ ແລະ ທຸກຍາກທີ່ບໍ່ມີໂອກາດ ທາງການສຶກສາ.

ໂອກາດສ້າງລາຍຮັບ

ມູນນິທິ TAF ສະໜັບສະໜູນໂຄງການຕ່າງໆ ເພື່ອດໍາເນີນແຜນງານການເງິນຈຸລະພາກ ສໍາລັບ ຄົນທຸກຍາກໃນເຂດຊົນ ນະບົດ. ພ້ອມ​ນັ້ນ ມູນນິທິ TAF ກໍ່ຍັງຊ່ວຍບັນດາຄູ່ຮ່ວມງານຂັ້ນທ້ອງຖິ່ນ ໃຫ້ສາມາດຊຸກຍູ້ ແລະ ຊ່ວຍເຫຼືອ ວິສາ ຫະກິດຂະໜາດນ້ອຍໃນຂັ້ນທ້ອງຖິ່ນ ເຊັ່ນວ່າ ການຕໍ່າຫູກ ແລະ ການຜະລິດເຄື່ອງນຸ່ງຮົມ ທີ່ຈ້າງແມ່ຍິງ ຫຼື ແມ່ຮ້າງ/ ໝ້າຍຢູ່ໃນບ້ານນັ້ນ, ຫຼື ເຮັດຮ້ານເຂົ້າຈີ່ຢູ່ໃນບ້ານທີ່ເປັນປາຍທາງຂອງນັກທ່ອງທ່ຽວນິຍົມໄປ, ຫຼື ໂຮງງານເຟີນິເຈີ ເພື່ອ ສ້າງລາຍຮັບໃຫ້ແກ່ບັນດາໂຄງການເພື່ອສັງຄົມ. ການຊ່ວຍເຫຼືອຂອງມູນນິທິ TAF ໄດ້ຊ່ວຍສ້າງທຸລະກິດຈຸລະພາກຈໍາ ນວນຫຼາຍ ແລະ ໄດ້ສ້າງວຽກເຮັດງານທຳຫຼາຍພັນຕໍາແໜ່ງ.

ອາຫານ ແລະ ເຮືອນຢູ່

ມູນນິທິ TAF ຊ່ວຍສະໜອງອາຫານໃຫ້ແກ່ພະນັກງານ, ຄູ, ກໍາມະກອນໂຮງງານ ແລະ ນັກຮຽນເກືອບ 1.000 ຄົນ ທີ່ເຂົ້າຮຽນໃນໂຮງຮຽນ ແລະ ເຂົ້າຮ່ວມໃນໂຄງການຕ່າງໆ ທີ່ພວກເຮົາສະໜັບສະໜູນ. ນອກນັ້ນ ມູນນິທິ TAF ຍັງໃຫ້ ການຊ່ວຍເຫຼືອ ເພື່ອສ້າງ ແລະ ຍົກລະດັບບ່ອນຢູ່ອາໃສ ສໍາລັບ ເດັກ, ພະນັກງານ, ອາສາສະໝັກ ແລະ ແມ່ຮ້າງ/ໝ້າຍ ໃນຫຼາຍໂຄງການ.

ການໃຫ້ຄວາມຊ່ວຍເຫຼືອຂອງທ່ານ!​

ກະລຸນາເຂົ້າເບິ່ງເວບໄຊ້ຂອງພວກເຮົາ ແລະ ຊອກຫາໂຄງການ ທີ່ທ່ານມັກ. ການຊ່ວຍເຫຼືອ ບໍ່ວ່າຈະເປັນ ການບໍລິຈາກ ຫຼື ເປັນອາສາສະໝັກ ເພື່ອຊ່ວຍໂຮງຮຽນ, ຟາມລ້ຽງສັດ, ໂຮງລ້ຽງເດັກກໍ່າພ້າ ຫຼື ເຮືອນຂອງແມ່ຍິງ, ພວກເຮົາມີ ຄວາມຍິນດີຮັບເອົາການຊ່ວຍເຫຼືອຈາກທ່ານ!



Laos
Thailand
Philippines
Laos
Thailand
Philippines
Philippines