The Asha Foundation

ບ້ານເດັກ ທີ່ພວກເຮົາສະໜັບສະໜູນ ຢູ່ປະເທດລາວ, ຟິລິບປິນ ແລະ ໄທ ເປັນບ່ອນຢູ່ ແລະ ດູແລເດັກ ຫຼາຍຮ້ອຍຄົນ ​ເຊີ່ງ​ເດັກ​ເລົ່າ​ນັ້ນລ້ວນ​ແຕ່​ແມ່ນເດັກກໍ່າພ້າ, ປ່ວຍ, ທຸກຍາກຂາດເຂີນ, ແລະ ຫຼາຍຄົນ ເປັນຜູ້ອົບພະຍົກ ໜີຈາກການຖືກຂົ່ມເຫັງ.

ໃນແຕ່ລະວັນ ພວກເຮົາ ມີເປົ້າໝາຍທີ່ຈະໃຫ້ເດັກເລົ່ານີ້ ມີສິດອອກສຽງ. ທຸກໆຄົນຮູ້ເຖິງຄຸນຄ່າຂອງການນອນຫຼັບທີ່ດີ. ເຖິງຢ່າງໃດກໍ່ຕາມ ໃນຄືນນີ້ ເດັກຫຼາຍຮ້ອຍຄົນຈະພະຍາຍາມນອນຢູ່ເທິງພື້ນຄອນກຣີດທີ່ແຂງ ຍ້ອນວ່າຂາດເຂີນງົບປະມານ ຊື້ຕຽງນອນ.

ເຖີງວ່າ ມູນນິທິ ອາຊາ (The Asha Foundation) ອຸທິດຕົນ ເພື່ອຊ່ວຍເດັກທີ່ມີຄວາມສ່ຽງເລົ່ານີ້ ໂດຍການໃຫ້ບ່ອນ ຢູ່ພັກເຊົາ, ໃຫ້ການເບິ່ງແຍງສຸຂະພາບ, ໃຫ້ການຊ່ວຍເຫຼືອດ້ານຈິດໃຈ ແລະ ໃຫ້ການສຶກສາ ສໍາລັບ ພວກທີ່ຕ້ອງການ, ແຕ່ຍ້ອນວ່າ ການນອນບໍ່ເໝາະສົມ ສະນັ້ນ ຊີວິດປະຈໍາວັນ ອາດຫຍຸ້ງຍາກສັບສົນ ແລະ ຜົນຕາມມາ ອາດເປັນຜົນສະທ້ອນ ໄລຍະຍາວ. ພວກເຮົາ​ຈຶ່ງຢາກຂໍຮ້ອງວິງວອນມາຍັງເພື່ອນມະນຸດທັ່ງຫຼາຍ ສໍາລັບ ການຊ່ວຍເຫຼືອສິ່ງຂອງສະເພາະທີ່ມັນຖືວ່າ​ມັນມີຄວາມຈໍາເປັນຫຼາຍ ແລະ ຈະສາມາດປ່ຽນຊີວິດຂອງເດັກເລົ່ານີ້​ໄດ້ເປັນຢ່າງດີ.

ເພື່ອຊື້ຕຽງນອນສອງຊັ້ນ, ເສື່ອ ແລະ ຕູ້ໃສ່ເຄື່ອງ ສໍາລັບ ເດັກນ້ອຍຂອງພວກເຮົາ, ພວກເຮົາຕ້ອງ​ລະດົມເງິນໃຫ້ໄດ້ 21.000 ໂດລາ. ພວກເຮົາ​ເອງບໍ່ສາມາດ ສະໜອງສິ່ງຂອງເລົ່ານີ້ ໃຫ້​ແກ່ເດັກທຸກຄົນ​ໄດ້ໝົດ.

ສະນັ້ນ ພວກເຮົາຈຶ່ງຮຽກຮ້ອງການຊ່ວຍເຫຼືອຈາກບັນດາທ່ານ.

ສິ່ງທີ່ພວກເຮົາຕ້ອງການມີ:

  • ຕຽງສອງຊັ້ນ 280 ຊຸດ
  • ເສື່ອ 560 ຜືນ
  • ຜ້າຮົ່ມ 560 ຜືນ
  • ໝອນ 560 ໜ່ວຍ
  • ຕູ້ໃສ່ເຄື່ອງ 140 ໜ່ວຍ

ຖ້າວ່າພວກເຮົາບໍ່ບັນລຸເປົ້າໝາຍຕາມຈຳນວນນີ້, ເງິນທີ່ພວກເຮົາລະດົມມາໄດ້ນັ້ນ ແມ່ນຈະຖືກນໍາໃຊ້ເພື່ອຊື້ສິ່ງຂອງເລົ່ານີ້ໃຫ້ໄດ້ຫຼາຍສຸດເທົ່າທີ່ຈະເປັນໄປໄດ້.

ຜົນປະໂຫຍດຂອງຕຽງນອນ

ຖ້າວ່າ ພວກເຮົາສາມາດສະໜອງຕຽງນອນ ໃຫ້ເດັກທຸກຄົນໄດ້, ພະລັງງານ, ຄວາມຈໍາ ແລະ ສະມາທິ ຂອງພວກເຂົາ ອາດ ຈະປັບປຸງ​ດີຂຶ້ນໃນທັນທີ ເຊິ່ງຈະຊ່ວຍ​ໃຫ້ພວກເຂົາ ສາມາດຮຽນໄດ້ດີສຸດຕາມທ່າແຮງຂອງພວກເຂົາມີ ໃນໂຮງຮຽນ. ເດັກ ບາງຄົນ ກໍ່ມີບັນຫາສຸຂະພາບໄລຍະຍາວ ເຊິ່ງສະສົມມາຈາກການນອນເທິງພື້ນ ແລະ ສິ່ງນີ້ ຍັງເຮັດໃຫ້ພວກເຂົາຟື້ນຕົວໄດ້ຊ້າ. ຄວາມຝັນ ແມ່ນການຮວບຮວມເອົາເຫດການຕ່າງໆ ໃນມື້ນັ້ນ ເຊິ່ງໝາຍຄວາມວ່າ ມັນຈະມີຜົນປະໂຫຍດຈໍານວນຫຼາຍ ຕໍ່ສະພາບຈິດໃຈເຊັ່ນກັນ. ທ້າຍທີ່ສຸດແລ້ວ ໃນໄລຍະຍາວ ທັກສະທາງສັງຄົມ ແລະ ຄວາມພ້ອມທາງຮ່າງກາຍ ຈະເພີ່ມ ຂຶ້ນຫຼາຍ ໃນເວລາທີ່ເງື່ອນໄຂການນອນໄດ້ຮັບການປັບປຸງ.


ຜ້າຮົ່ມ ແລະ ໝອນ

ຂອງຂວັນທີ່ໄດ້ຈາກຕຽງນອນ ແມ່ນມີຜົນປະໂຫຍດຈໍານວນຫຼາຍ ທາງດ້ານຈິດໃຈ. ຜ້າຮົມ ແລະ ໝອນ ຈະເຮັດໃຫ້ເດັກຮູ້ວ່າ ພວກເຂົາໄດ້ຮັບການເບິ່ງແຍງ, ພ້ອມທັງ ຊ່ວຍພວກເຂົາ ໃຫ້ຮູ້ສຶກປອດໄພ ແລະ ອົບອຸ່ນ ພ້ອມທັງ ໃຫ້ຄວາມສະດວກສະ ບາຍຫຼາຍຂຶ້ນຕື່ມ​ອີກ.

ຕູ້ໃສ່ເຄື່ອງ

ເດັກຫຼາຍຄົນ ໃຊ້ຫ້ອງຮ່ວມກັນ 6 ຫຼື 7 ຄົນ. ການໄດ້ຮັບຕູ້ໃສ່ເຄື່ອງ ຫຼື ຕູ້ລີ້ນຊັກ ທີ່ເປັນຂອງພວກເຂົາເອງ ສໍາລັບ ໃສ່ປື້ມ ຮຽນ, ຂອງຫຼີ້ນ ແລະ ເຄື່ອງນຸ່ງ ຈະນໍາໄປສູ່ຄວາມທຸ່ນທ່ຽງ, ຄວາມຮັບຜິດຊອບ ແລະ ຄວາມເປັນເອກະລາດ. ໃນປີ 2012 ພວກເຮົາໄດ້ລົນນະລົງເຊັ່ນນີ້ ສໍາລັບ ບ້ານເດັກແຫ່ງໜຶ່ງ ຂອງພວກເຮົາໃນປະເທດໄທ.

ບໍລິສັດ ARRIX ເຊິ່ງເປັນບໍລິສັດທີ່ຕັ້ງຢູ່ໃນ ປະເທດສະຫະລັດອາເມລິກາ ພ້ອມດ້ວຍ ທ່ານ Sean ແລະ ທ່ານນາງ Asha Brown ໄດ້ບໍລິຈາກເງິນຈໍານວນພຽງພໍ ເພື່ອຊື້ ຕຽງນອນສອງຊັ້ນ, ຜ້າປູຕຽງ, ໝອນ ແລະ ຕູ້ໃສ່ເຄື່ອງ ສໍາລັບ ເດັກທຸກຄົນ ໃນບ້ານເດັກ. ຜົນປະໂຫຍດ ທີ່ມີຕໍ່ກັບ ຊີວິດຂອງເດັກ ແມ່ນບໍ່ສາມາດວັດແທກໄດ້. ອີກຄັ້ງໜຶ່ງ ທີ່ພວກເຮົາກໍາລັງລົນນະລົງ ສໍາລັບ ບ້ານເດັກອີກ 6 ບ່ອນ

ພວກເຮົາທັງໝົດ ລ້ວນແລ້ວແຕ່ເຄີຍເປັນເດັກ.
ພວກເຮົາທັງໝົດ ລ້ວນແລ້ວແຕ່ ຮູ້ເຖິງການນອນຫຼັບດີໃນຕອນກາງຄືນ.
ນີ້ແມ່ນໂຄງການໜຶ່ງ ທີ່ສາມາດປ່ຽນແປງຊີວິດ ໄດ້ຢ່າງແທ້ຈິງ ແລະ ເຮັດໃຫ້ເດັກຫຼາຍຮ້ອຍຄົນ ມີຮອຍຍິ້ມ ພຽງແຕ່ທ່ານກົດ ຄລິກປຸ່ມດຽວ!
ກະລຸນາໃຫ້ພວກເຮົາ ສິ່ງໃດກໍ່ຕາມ ທີ່ທ່ານສາມາດໃຫ້ໄດ້.
ຫຼັງຈາກນັ້ນ, ໃຫ້ບອກຕໍ່ທຸກຄົນທີ່ທ່ານຮູ້ ກ່ຽວກັບ ເລື້ອງ “ສ້າງຝັນໃຫ້ເປັນຈີງ” ແລະ ຊຸກຍູ້ໃຫ້ພວກເຂົາມາຊ່ວຍເຫຼືອພວກ ເຮົາເຊັ່ນກັນ!


ໜຶ່ງໃນບ້ານເດັກ ຂອງພວກເຮົາ ຕ້ອງການແຜງໄຟຟ້າແສງຕາເວັນ. ບ້ານເດັກ ເຮັດໜ້າທີ່ໄດ້ຫຼາຍກວ່າ ບ້ານ ສໍາລັບ ເດັກກໍ່າພ້າ. ມັນໃຫ້ການຊ່ວຍເຫຼືອດ້ານມະນຸດສະທໍາ ສໍາລັບ ຜູ້ທີ່ຂາດເຂີນທີ່ສຸດ ໃນຊຸມຊົນຂອງພວກເຂົາ ແລະ ມັນຍັງເປັນບ່ອນ ຢູ່ອາໃສ, ໃຫ້ອາຫານ, ໃຫ້ການສຶກສາ, ໃຫ້ການເບິ່ງແຍງສຸຂະພາບ ແລະ ໃຫ້ການຊ່ວຍເຫຼືອດ້ານຈິດໃຈ ໃຫ້​ແກ່ເດັກນ້ອຍ ໂອກາດ ແລະ ເດັກພັດຖິ່ນ ແລະ ໃຫ້ແມ່ຮ້າງ/ໝ້າຍ ໃນເມືອງ ສັງຂະລະບູຣີ, ປະເທດໄທ. ພ້ອມ​ນັ້ນ ຍັງຊ່ວຍຫຼຸດຜ່ອນຄວາມ ເດືອດຮ້ອນທັນທີ ແລະ ບັນລຸຜົນໄດ້ຮັບໄລຍະຍາວ ໃນບັນດາບ້ານໃກ້ຄຽງ ຜ່ານທາງ ບັນດາໂຄງການຊ່ວຍເຫຼືອດ້ານ ອາຫານ, ການແພດ ແລະ ການດໍາລົງຊີວິດແບບຍືນຍົງ.

ຄວາມຕ້ອງການອັນຮີບດ່ວນ

ຍ້ອນວ່າ ຊຸມຊົນຂອງພວກເຂົາ ກໍາລັງຂະຫຍາຍຕົວ, ສະນັ້ນ ຈຶ່ງມີຄວາມຈໍາເປັນອັນຮີບດ່ວນ. ເປັນເວລາຫຼາຍປີຜ່ານມາ, ບ້ານເດັກນີ້ໄດ້ດິ້ນຮົນ ເພື່ອໃຫ້ກຸ້ມຕົນເອງ ໂດຍການເລີ່ມໂຄງການຕ່າງໆ​ ເຊັ່ນວ່າ ຟາມປອດສານພິດ, ສູນຕໍ່າຫູກ ແລະ ຮ້ານເຂົ້າຈີ່. ເຖິງຢ່າງໃດກໍ່ຕາມ, ມູນນິທິນີ້ ກໍ່ຍັງບໍ່ທັນເປັນເອກະລາດໄດ້.

ສອງຢ່າງ ທີ່ພວກເຮົາຕ້ອງການ​ເ​ປັນອັນຮີບດ່ວນທີ່ສຸດ ແມ່ນນໍ້າ ແລະ ໄຟຟ້າ.

ນໍ້າ

ນໍ້າ ເປັນຄວາມຫຍຸ້ງຍາກ ມາຕະຫຼອດ ນັບຕັ້ງແຕ່ຕອນເລີ້ມຕົ້ນມີບ້ານເດັກ. ການສະໜອງນໍ້າ ທີ່ພວກເຮົາໄດ້ຈາກລັດຖະບານ ແມ່ນບໍ່ພຽງພໍຫຼາຍ, ບໍ່ເປັນປົກກະຕິ ແລະ ບາງຄັ້ງ ພວກເຮົາກໍ່ບໍ່ມີນໍ້າໃຊ້ເລີຍ. ພວກເຮົາຕ້ອງໄປເອົານໍ້າ ແລະ ລໍຖ້າໝົດມື້ ເພື່ອໃຫ້ພວກເຮົາສາມາດແຈກຢາຍນໍ້າໃຫ້ເດັກ 2 ຄັ້ງຕໍ່ວັນ ເຊິ່ງແຕ່ລະຄັ້ງ ມີເວລາໜ້ອຍກວ່າ ໜຶ່ງຊົ່ວໂມງ. ພວກເຮົາປໍ້າ ນໍ້າຈາກ ໜອງນໍ້າ ແຕ່ວ່າ ພວກເຮົາບໍ່ມີຄວາມສາມາດທີ່ຈະຕິດຕາມມັນ ຕະຫຼອດເວລາ ຍ້ອນວ່າ ມັນຕ້ອງເຮັດດ້ວຍມື ແລະ ພວກເຮົາບໍ່ມີກໍາມະກອນທີ່ເໝາະສົມ ເພື່ອເຮັດວຽກນີ້. ນໍ້າມັນທີ່ໃຊ້ປໍ້ານໍ້ານັ້ນ ກໍ່ມີລາຄາແພງຫຼາຍ ສະນັ້ນ ພວກເຮົາຈຶ່ງໃຊ້ມັນ ໃນເວລາທີ່ຈໍາເປັນເທົ່ານັ້ນ ແຕ່ເຖິງຢ່າງນັ້ນ ມັນກໍ່ຍັງບໍ່ພຽງພໍ ສໍາລັບ ຄົນຫຼາຍກວ່າ 160 ຄົນ ທີ່ອາໃສຢູ່ໃນເຮືອນນັ້ນ. ຟາມ ກໍ່ເດືອດຮ້ອນຫຼາຍ ໃນລະດູຮ້ອນ ເຊິ່ງໝາຍຄວາມວ່າ ຕ້ອງໃຊ້ເງິນຫຼາຍຂຶ້ນ ເພື່ອຊື້ຜັກຈາກຕະຫຼາດ. ນອກຈາກນັ້ນ ກໍ່ມີ ຄວາມສ່ຽງຕໍ່ໄຟປ່າໃນເດືອນທີ່ແຫ້ງແລ້ງ ຍ້ອນວ່າ ພວກເຮົາມີດິນທີ່ບໍ່ນໍາໃຊ້ທີ່ເຕັມໄປດ້ວຍໃບໄມ້ແຫ່ງ, ພວກເຮົາພະຍາຍາມ ອະນາໄມ ແຕ່ວ່າ ໃບໄມ້ກໍ່ລົ່ນລົງມາເລື້ອຍໆ. ຊາວກະສິກອນໃກ້ຄຽງພວກເຮົາ ຈູດຕົ້ນໄມ້ຕາຍ ເພື່ອກຽມດິນເຮັດກະສິກໍາ ແລະ ໄຟອາດລາມມາເຖິງ ຊັບສິນຂອງພວກເຮົາໄດ້ຢ່າງງ່າຍດາຍ ໃນເວລາທີ່ພວກເຮົາຖືກອ້ອມຮອບດ້ວຍ ໃບໄມ້ ແລະ ຕົ້ນ ໄມ້ແຫ້ງ.

ໄຟຟ້າ

ເຊັ່ນດຽວກັບບັນຫານໍ້າ, ໄຟຟ້າ ທີ່ພວກເຮົາໄດ້ຈາກຕົວເມືອງ ແມ່ນບໍ່ປົກກະຕິ. ນອກຈາກນັ້ນແລ້ວ ບ້ານເດັກ ກໍ່ຂ້ອນຂ້າງ ແຍກຈາກປະຊາຊົນກຸ່ມໃຫຍ່ ແລະ ລັດຖະບານ ກໍ່ບໍ່ພ້ອມທີ່ຈະຕັ້ງເສົາໄຟຟ້າ ແລະ ຕໍ່ສາຍໄຟມາໃຫ້ພຽງແຕ່ບ້ານເດັກ, ສະນັ້ນ ພວກເຮົາຈຶ່ງໃຊ້ສາຍໄຟ ແລະ ຫຼັກເສົາໄຟ ຂອງພວກເຮົາເອງ ເພື່ອຕໍ່ໄຟຟ້າມາຈາກຕົວເມືອງ ເຊິ່ງມີໄລຍະທາງ 2 ກິໂລແມັດ. ຍ້ອນແນວນັ້ນ ກະແສໄຟຈຶ່ງບໍ່ປົກກະຕິ ແລະ ອຸປະກອນເຄື່ອງໃຊ້ໄຟຟ້າ ຂອງພວກເຮົາຫຼາຍອັນ ຈຶ່ງເປ້ເພ. ພວກເຮົາຄວນໄດ້ ຮັບກະແສໄຟຟ້າ 220 ວັດ ແຕ່ວ່າ ພວກເຮົາໄດ້ຮັບພຽງແຕ່ 180 ວັດ ຖ້າເປັນມື້ໂຊກດີ, ແຕ່ວ່າ ສ່ວນຫຼາຍແລ້ວ ມັນມີພຽງແຕ່ 160 ວັດ ຫຼື ໜ້ອຍກວ່ານັ້ນ. ໄພອັນຕະລາຍກໍ່ຄືວ່າ, ຖ້າວ່າ ເຫດການໃດໜຶ່ງເກີດຂຶ້ນ ເຊັ່ນວ່າ ຖ້າວ່າ ເສົາໄຟລົ້ມ ໃນເວລາເກີດ ພາຍຸ, ມັນຈະເປັນຄວາມຮັບຜິດຊອບຂາດຕົວຂອງບ້ານເດັກ ແລະ ອາດມີມູນຄ່າສູງ ແລະ ບໍ່ເອື້ອອໍານວຍໃຫ້ມູນນິທິນີ້. ໄຟຟ້າດັບ ເກີດຂຶ້ນເປັນປະຈໍາ ເຊິ່ງສ້າງຄວາມຫຍຸ້ງຍາກ ແລະ ເປັນອັນຕະລາຍ ສໍາລັບ ຜູ້ຢູ່ອາໃສໃນບ້ານເດັກ. ກໍລະນີທີ່ດີສຸດ ກໍ່ຄື ໃຫ້ພວກເຮົາມີແຫຼ່ງພະລັງງານໄຟຟ້າທີ່ຍືນຍົງ ເປັນຂອງພວກເຮົາເອງ ແລະ ບໍ່ຂຶ້ນກັບ ການສະໜອງໄຟຟ້າຂອງລັດ ຖະບານ.

ສິ່ງທີ່ພວກເຮົາຕ້ອງການ:

  1. ແຜງໄຟຟ້າແສງຕາເວັນ 50 ແຜງ ທີ່ມີຂະໜາດ 280 ວັດ ໃນລາຄາ 12.000 ບາດຕໍ່ຫົວໜ່ວຍ.
  2. ໝໍ້ແປງໄຟ ຂະໜາດ 3 ກິໂລວັດ ສໍາລັບ ປໍ້ານໍ້າ ໃນລາຄາ 50.000 ບາດຕໍ່ຫົວໜ່ວຍ.
  3. ໝໍ້ແປງໄຟ ຂະໜາດ 5 ກິໂລວັດ ສໍາລັບໃຊ້ໃນເຮືອນ ໃນລາຄາ 75.000 ບາດຕໍ່ຫົວໜ່ວຍ.
  4. ເສົາດອກໄຟພະລັງງານແສງອາທິດ 20 ເສົາ ໃນລາຄາ 22.000 ບາດຕໍ່ຫົວໜ່ວຍ.
  5. ໝໍ້ໄຟ (ພວກເຮົາບໍ່ແນ່ໃຈ ວ່າພວກເຮົາຕ້ອງການຈໍານວນເທົ່າໃດ).
  6. ງົບປະມານ ເພື່ອກໍ່ສ້າງອ່າງນໍ້າ 2 ອ່າງ ໃນລາຄາຄາດຄະເນ ປະມານ 50.000 ບາດຕໍ່ອ່າງ (ລວມທັງ ຄ່າແຮງງານ ແລະ ຄ່າວັດສະດຸ).
  7. ແຜງໄຟຟ້າແສງຕາເວັນ ຈໍານວນ 30 ແຜງ ຈະຖືກນໍາໃຊ້ເພື່ອຈ່າຍໄຟຟ້າໃຫ້ປໍ້ານໍ້າ ທີ່ຈະປິດອັດຕະໂນມັດ ໃນເວ ລາທີ່ຖັງເກັບນໍ້າ ເຕັມແລ້ວ ແລະ ເລີ້ມປໍ້ານໍ້າອີກເທື່ອໃໝ່ ໃນເວລາທີ່ນໍ້າຫຼຸດລົງ. ແຜງໄຟຟ້າແສງຕາເວັນ ຈໍານວນ 20 ແຜງ ຈະຖືກນໍາໃຊ້ເພື່ອເປັນໄຟແສງສະຫວ່າງສຸກເສີນ ແລະ ຢູ່ທາງໜ້າຂອງ ຄລີນິກ, ເຮືອນຄົວ ແລະ ຫ້ອງ ການ. ຍິ່ງພວກເຮົາມີແຜງໄຟຟ້າຫຼາຍເທົ່າໃດ ພວກເຮົາກໍ່ຈະບໍ່ເອື່ອຍອີງ ບໍລິສັດໄຟຟ້າ. ຄາດຄະເນວ່າ ແຜງໄຟຟ້າ ແສງຕາເວັນ ທັງໝົດ 100 ແຜງ ຈະຜະລິດພະລັງງານພຽງພໍ ສໍາລັບ ຄວາມຕ້ອງການທັງໝົດ ໃນບ້ານເດັກ. ເສົາໄຟ ແສງສະຫວ່າງ ແມ່ນມີຄວາມສໍາຄັນ ໃນການໃຫ້ຄວາມສະຫວ່າງໃນບ່ອນມືດ.

ຜົນປະໂຫຍດ:

  1. ທຸກຄົນສາມາດມີນໍ້າໃຊ້ປະຈໍາວັນຢ່າງຕໍ່ເນື່ອງ. ພວກເຮົາມີແຜນຈະສ້າງອ່າງເກັບນໍ້າຂະໜາດໃຫຍ່ 2 ອ່າງ ໃກ້ກັບ ໜອງນໍ້າ ແລະ ຢູ່ເທິງພູ ໃກ້ກັບສູນນັ່ງສະມາທິ. ໃນເວລາທີ່ໜອງນໍ້າແຫ້ງ ໃນລະດູແລ້ງ ກໍ່ຈະຍັງມີສາຍນໍ້ານ້ອຍ ໃນ ກາງໜອງນໍ້ານັ້ນ ທີ່ສືບຕໍ່ ນໍາເອົານໍ້າມາຈາກເທິງພູ. ຄອງນໍ້າໜຶ່ງ ຈະຖືກສ້າງຂຶ້ນມາ ເພື່ອໃຫ້ນໍ້າໄຫຼມາຈາກສາຍນໍ້ານັ້ນ ເຖິງອ່າງເກັບນໍ້າທັງສອງອ່າງ ເພື່ອພວກເຮົາຈະມີນໍ້າໃຊ້ຢ່າງບໍ່ຈໍາກັດໃນຕະຫຼອດປີ. ອ່າງເກັບນໍ້າ 1 ອ່າງ ຈະຖືກນໍາໃຊ້ ສໍາລັບ ກະສິກໍາພື້ນທີ່ຕໍ່າເທົ່ານັ້ນ. ອ່າງເກັບນໍ້າອີກອ່າງໜຶ່ງ ຈະຖືກນໍາໃຊ້ ສໍາລັບ ສວນຕົ້ນໄມ້ກິນໝາກ ຢູ່ເທິງພູ ແລະ ສໍາລັບ ຄວາມຕ້ອງການຂອງ ຜູ້ຢູ່ອາໃສທຸກຄົນ.
  2. ຟາມ ຈະມີນໍ້າໃຊ້ ຢ່າງບໍ່ຈໍາກັດ ເຊິ່ງຈະເຮັດໃຫ້ມີ ຜັກສົດ ແລະ ຜັກປອດສານພິດຫຼາຍຂຶ້ນ ສໍາລັບ ເດັກ.
  3. ຖ້າວ່າມີນໍ້າພຽງພໍ, ພື້ນທີ່ເປົ່າຫວ່າງ ກໍ່ຈະຖືກນໍາໃຊ້ ເພື່ອເຮັດກະສິກໍາ ແລະ ຕົ້ນໄມ້ກິນໝາຍຫຼາຍຕົ້ນ ທີ່ຢູ່ກະຈັກ ກະຈາຍ ແລະ ໃຫຍ່ຊ້າ ຍ້ອນຄວາມແຫ້ງແລ້ງ ກໍ່ຈະສາມາດອອກໝາກ ໃຫ້ເດັກໄດ້ກິນ.
  4. ສິ່ງນີ້ ຈະຫຼຸດຜ່ອນຄວາມສ່ຽງຕໍ່ ໄຟປ່າ ໃນລະດູແລ້ງ ຖ້າວ່າ ພື້ນທີ່ອ້ອມຮອບ ເປັນສີຂຽວ. ສິ່ງທີ່ສໍາຄັນໄປກວ່ານັ້ນ ກໍ່ຄືວ່າ ຟາມທີ່ໃຫຍ່ກວ່າ ຈະສາມາດສ້າງລາງຮັບບາງອັນໄດ້ ແລະ ອາດສ້າງວຽກເຮັດ ໃຫ້ປະຊາຊົນທ້ອງຖິ່ນ ໄດ້ຫຼາຍຂຶ້ນກວ່າເກົ່າ.
  5. ບ້ານເດັກ ຈະກາຍເປັນ ສະຖານທີ່ປອດໄພ ຖ້າວ່າ ມີແສງສະຫວ່າງພຽງພໍ ໃນບໍລິເວນໃກ້ຄຽງ. ບໍ່ຕ້ອງຢ້ານອີກຕໍ່ ໄປແລ້ວວ່າ ເດັກຈະຕົກລົງຂຸມ, ຖືກງູຕອດ ແລະ ແມງງອດຕອດ, ແລະ ບໍ່ມີຂີ້ລັກ ເຂົ້າມາລັກເຄື່ອງຂອງພວກເຮົາ.
  6. ພວກເຮົາຈະສາມາດ ເຮັດວຽກງານໄດ້ປົກກະຕິ ໃນເວລາທີ່ໄຟຟ້າດັບ. ເຖິງແມ່ນວ່າ ແຜງໄຟຟ້າແສງຕາເວັນ ຈະບໍ່ໃຫ້ພະລັງງານພຽງພໍ ສໍາລັບ ເຮືອນທັງໝົດ ແຕ່ວ່າ ພວກມັນຈະມີຜົນປະໂຫຍດຫຼາຍ ສໍາລັບ ຄວາມຕ້ອງການ ພື້ນຖານ ເຊັ່ນວ່າ ອາຫານ, ການເບິ່ງແຍງສຸຂະພາບ ແລະ ການສື່ສານ ເພື່ອໃຫ້ພວກເຮົາ ສາມາດຈັດການໃຫ້ຖ່ວງ ທັນກັບເວລາ ໃນເວລາທີ່ໄຟຟ້າບໍ່ມາ ເປັນເວລາດົນ.

ນີ້ແມ່ນໂຄງການແຜງໄຟຟ້າແສງຕາເວັນ ຄັ້ງທໍາອິດຂອງພວກເຮົາ ສໍາລັບ ບ້ານເດັກ. ຖ້າວ່າ ມັນປະສົບຜົນສໍາເລັດ, ພວກ ເຮົາກໍ່ຈະສາມາດ ດໍາເນີນງານເພື່ອສະໜອງພະລັງງານໄຟຟ້າ ທີ່ຍືນຍົງໃນລັກສະນະດຽວກັນນີ້ ໃນອີກ 13 ບ້ານເດັກ ໃນທົ່ວປະ ເທດລາວ, ຟິລິບປິນ ແລະ ໄທອີກນຳ.

ເຄື່ອງນຸ່ງ:

  • ເກີບແຕະ
  • ເຄື່ອງຊັ້ນໃນ ສໍາລັບ ເດັກຊາຍ ແລະ ເດັກຍິງ
  • ເກີບ
  • ສົ້ງຂາສັ້ນ
  • ສົ້ງຂາຍາວ
  • ຖົງຕີນ
  • ຖົງຕີນໂຮງຮຽນ
  • ເຄື່ອງແບບໂຮງຮຽນ

ໂຮງຮຽນ:

  • ເຄື່ອງແບບໂຮງຮຽນ
  • ເຄື່ອງໃຊ້ໃນໂຮງຮຽນ

ອື່ນໆ:

ບ້ານເດັກຫຼາຍແຫ່ງບໍ່ມີໂຮງຮຽນລະດັບຊັ້ນສູງ ສໍາລັບ ເດັກທີ່ພັກຢູ່ໃນບ້ານເດັກນັ້ນ ສະນັ້ນ ພວກເຮົາຕ້ອງໄດ້ສົ່ງ ພວກເຂົາໄປໂຮງຮຽນກິນນອນ ເພື່ອໃຫ້ພວກເຂົາໄດ້ຮັບການສຶກສາທີ່ສູງກວ່າຊັ້ນກາງ. ໃນປະຈຸບັນນີ້ ສິ່ງໜຶ່ງທີ່ ພວກເຮົາຕ້ອງການທີ່ສຸດກໍ່ແມ່ນງົບປະມານ ສໍາລັບ ການສຶກສາຊັ້ນສູງ ສໍາລັບ ເດັກ. ໃນປະຈຸບັນນີ້ ພວກເຮົາບໍ່ມີງົບ ປະມານ ສໍາລັບ ສິ່ງນັນ. ເລີ້ມຈາກສົກປີງົບປະມານຕໍ່ໄປ, ພວກເຮົາຈະຕ້ອງການໂດຍສະເລ່ຍປະມານ 150.000 ບາດ (ປະມານ 4.700 ໂດລາສະຫະລັດ) ຕໍ່ເດືອນ ສໍາລັບ ການສຶກສາຕໍ່ບ້ານເດັກໜຶ່ງແຫ່ງ. ໃນປະຈຸບັນນີ້ມີບ້ານ ເດັກ 6 ແຫ່ງ ທີ່ມີບັນຫາເຊັ່ນນີ້.



Laos
Thailand
Philippines
Laos
Thailand
Philippines
Philippines