TAF
ໃນປະຈຸບັນນີ້ ມູນນິທິ ອາຊາ TAF ໄດ້ເປີດໂຄງການຕ່າງໆ ໃນປະເທດລາວ ໃຫ້ອາສາສະໝັກ ໄດ້ເຂົ້າຮ່ວມ. ການສອນໂຮງຮຽນ ໃນນະຄອນຫຼວງວຽງຈັນ, ປະເທດ ລາວ.
ມີໂຮງຮຽນຫຼາຍແຫ່ງ ຕັ້ງຢູ່ໃນນະຄອນຫຼວງວຽງຈັນ ທີ່ຮັບອາສາສະໝັກຂອງ ມູນນິທິ ອາຊາ. ໃນນັ້ນ ອາສາສະໝັກ ອາດສອນພາສາອັງກິດ, ພາສາຈີນ, ສອນດົນຕີ, ສິນລະປະ ແລະ ວິຊາອື່ນໆ ໃນໂຮງຮຽນ.

  • ສອນພາສາອັງກິດ ຢູ່ໂຮງຮຽນຄົນຕາບອດ
  • ສອນພາສາອັງກິດ ຢູ່ໂຮງຮຽນຄົນຫູໜວກ
  • ສອນພາສາອັງກິດ ຢູ່ໂຮງຮຽນຄົນພິການ
  • ສອນພາສາອັງກິດ ຢູ່ໂຮງຮຽນຫຼາຍແຫ່ງ ສໍາລັບ ເດັກກໍ່າພ້າ
  • ສອນພາສາອັງກິດ ແລະ ວິຊາສ້າງສັນ ໃນໂຮງຮຽນ ໃນນະຄອນຫຼວງວຽງຈັນ
  • ສອນພາສາອັງກິດ ແລະ ວິຊາສ້າງສັນ ໃນໂຮງຮຽນອະນຸບານ ຢູ່ຟາມປະຈໍາບ້ານ
  • ສອນພາສາອັງກິດ ໃຫ້ເດັກ ແລະ ຜູ້ໃຫຍ່ ໃນໂຮງຮຽນສອນຫຼັກສູດ ESL ເພື່ອສ້າງກໍາໄລ ທີ່ຈະຖືກນໍາໃຊ້ເພື່ອ ເດັກກໍ່າພ້າ ແລະ ທຸກຍາກຂາດເຂີນ
  • ສອນພາສາອັງກິດ ແລະ ພາສາຈີນ ໃຫ້ພະ ຢູ່ວັດແຫ່ງໃດໜຶ່ງ

ພ້ອມທັງຊ່ວຍວຽກງານອື່ນໆ ທີ່ຈໍາເປັນ ຢູ່ໂຮງຮຽນຄົນພິການ ແລະ/ຫຼື ໂຮງຮຽນເດັກກໍ່າພ້າ.
  • ຟາມດັ່ງກ່າວນີ້ ຕັ້ງຢູ່ບ້ານແຫ່ງໜຶ່ງ ໃກ້ນະຄອນຫຼວງວຽງຈັນ. ອາສາສະໝັກ ສາມາດຊ່ວຍເຮັດວຽກໃນຟາມນີ້ໄດ້.
  • ພວກເຮົາມີໂຮງຮຽນອະນຸບານ ໃນຕອນເຊົ້າ ແຕ່ 7:30 - 11:30 ເຊົ້າ. ອາສາສະໝັກ ສາມາດສອນພາສາອັງກິດ ໃຫ້ເດັກນ້ອຍ ພ້ອມທັງ ວິຊາອື່ນໆ.
  • ຫຼັງຈາກສອນໃນໂຮງຮຽນອະນຸບານແລ້ວ, ອາສາສະໝັກ ສາມາດຊ່ວຍຄົນສວນ ເບິ່ງແຍງເຄື່ອງປູກຂອງຝັງ ໃນຟາມນັ້ນ. ຟາມແຫ່ງນີ້ ມີຫ້ອງສະໝຸດແຫ່ງໜຶ່ງ ເຊິ່ງເປີດໃຫ້ເດັກ ໃນບ້ານນັ້ນ ເຂົ້າເບິ່ງໄດ້ ໃນຕອນບ່າຍ.
  • ອາສາສະໝັກ ສາມາດເຮັດໜ້າທີ່ເປັນບັນນາລັກ ແລະ ຊ່ວຍເດັກໃນທ້ອງຖິ່ນ ຜູ້ທີ່ຕ້ອງການອ່ານ ໃນຫ້ອງສະໝຸດນັ້ນ.
  • ຫ້ອງສອນພາສາອັງກິດ ແລະ ຝຶກອົບຮົມຄອມພິວເຕີ້ ສໍາລັບ ຄົນໜຸ່ມສາວໃນທ້ອງຖິ່ນນັ້ນ ເລີ້ມເວລາ 4:00 ຕອນແລງ ແລະ ເລີກເວລາ 5:00 ຕອນແລງ.
  • ອາສາສະໝັກ ສາມາດຊ່ວຍວຽກໃນຟາມ ໂດຍການອອກແຮງງານດ້ວຍມື.
  • ໃນລະຫວ່າງການພັກເຊົາຂອງທ່ານນັ້ນ, ທ່ານຈະມີໂອກາດໄດ້ຮຽນວິທີສະປາ ແລະ ດີທ໋ອກ ພ້ອມທັງ ໂຍຄະ ແລະ ການນັ່ງສະມາທິຈາກແມ່ຂາວ.
  • 2 ອາທິດ 1.500 ໂດລາ
  • 4 ອາທິດ 3.000 ໂດລາ
ຄ່າທໍານຽມນີ້ ກວມເອົາ:

  • ຄ່າວີຊາ – http://www.laos-guide-999.com/visa-on-arrival.html
  • ບ່ອນພັກເຊົາ ນັບຈາກວັນທີມາຮອດເດີນບິນ ຈົນເຖິງ ວັນທີສຸດທ້າຍ ຂອງການເຮັດວຽກຂອງທ່ານ.
  • ທ່ານຈະພັກຢູ່ໃນບ້ານພັກ ຫຼື ພັກກັບຄອບຄົວຮັບຕ້ອນ.
  • ມີອາຫານໃຫ້ທຸກຄາບ.
  • ຄ່າເຂົ້າເບິ່ງ ສະຖານທີ່ວັດທະນາທໍາ ແລະ ສະຖານທີ່ມໍລະດົກສໍາຄັນ.
  • ການເດີນທາງ ໄປ ແລະ ກັບຈາກ ສະຖານທີ່ເຮັດວຽກຂອງທ່ານ.
  • ມີພະນັກງານປະຈໍານະຄອນຫຼວງວຽງຈັນ 24 ຊົ່ວໂມງ ໃນກໍລະນີສຸກເສີນ.
  • ຊ່ວຍເຫຼືອດ້ານວີຊ່າ ແລະ ກ່ອນອອກເດີນທາງ.
ຄ່າທໍານຽມນີ້ ບໍ່ກວມເອົາ:

  • ຄ່າປີ້ຍົນ
  • ວັກຊິນ
  • ປະກັນໄພເດີນທາງ
  • ລາຍການອື່ນໆ​ ເຊັ່່ນວ່າ ຂອງໃຊ້ສ່ວນຕົວ, ເຄື່ອງດື່ມພິເສດ ແລະ ບັນເທີງ
  • ຄ່າຂົນສົ່ງ ສໍາລັບ ອາສາສະໝັກ ຜູ້ທີ່ຕ້ອງການເດີນທາງ ອອກນອກນະຄອນຫຼວງວຽງຈັນ
  • ມູນຄ່າທາງການຂອງ ມູນນິທິ ອາຊາ
  • ຊ່ວຍເຫຼືອໂຮງຮຽນ
  • ກໍ່ສ້າງສະຖານທີ່ຈໍາເປັນ ສໍາລັບ ຄົນທຸກຍາກຂາດເຂີນ
  • ດໍາເນີນຄລີນິກສຸຂະພາບ ໃນປະເທດຟິລິປິນ ແລະ ປະເທດໄທ
  • ຊ່ວຍເຫຼືອເດັກກໍ່າພ້າ ໃນປະເທດລາວ, ຟິລິບປິນ ແລະ ໄທ
  • ຊ່ວຍເຫຼືອໂຮງຮຽນ ແລະ ເດັກກໍ່າພ້າ ທີ່ເປັນຄົນພິການ ໃນປະເທດລາວ, ຟິລິບປິນ ແລະ ໄທ
  • ການເງິນຈຸລະພາກ
  • ທຶນການສຶກສາ