ທ່ານ ຊອນ ບຣາວ(Sean Brown)
ທ່ານ Sean ເປັນຜູ້ຮ່ວມກໍ່ຕັ້ງຂອງມູນນິທິ ອາຊາ - The Asha Foundation (TAF). ທ່ານມາຈາກປະເທດ ສະຫະລັດອາເມລິກາ ແລະ ຫຼັງຈາກທີ່ທ່ານໄດ້ປະສົບຜົນສໍາເລັດ ໃນການເຮັດວຽກເປັນນັກວາງແຜນດ້ານການເງິນເປັນເວລາ
15 ປີ ໃຫ້ພະນັກງານບໍານານທີ່ຮັ່ງມີ ແລະ ມີຊື່ສຽງໃນປະເທດອາເມລິກາ, ທ່ານຈຶ່ງອອກເດີນທາງສະແຫວງຫາຄວາມມຸ່ງໝັ້ນ ຂອງຕົນເອງໃນການເຮັດວຽກເພື່ອການກຸສົນ. ທ່ານມີປະສົບການແໜ້ນ ໃນການວາງແຜນທາງດ້ານອະສັງຫາລິມະຊັບ, ທຸລະກິດ ແລະ ການເງິນ. ທ່ານໄດ້ນໍາໃຊ້ຄວາມຮູ້ຂອງຕົນເຂົ້າໃນ ການຊ່ວຍເຫຼືອທຸລະກິດຂອງມູນນິທິ TAF ໃຫ້ເຕີບໃຫຍ່ຂະຫຍາຍຕົວ. ຄວາມປາດຖະໜາຂອງທ່ານແມ່ນ ເພື່ອສະໜັບສະໜູນແຜນງານພັດທະນາຢ່າງຍືນຍົງ ຜ່ານທາງຫຼັກສູດທີ່ສາມາດປ່ຽນແປງຊີວິດ ເຊິ່ງຖືກອອກແບບມາເພື່ອປ່ຽນແປງໂລກຂອງພວກເຮົາໄປໃນ ທິດທາງບວກ ແລະ ເພື່ອສິດສອນ, ຊຸກຍູ້ ແລະ ສ້າງປະຊາຄົມໂລກ ໃຫ້ມີຄວາມຫ້າວຫັນຫຼາຍຂຶ້ນກວ່າເກົ່າ.
ທ່ານ ນາງ ໄອດາ ບຣາວ
ຫຼື “ອາຊາ”
(Aida “Asha” Brown)
ທ່ານ ນາງ Asha ເປັນເປັນຜູ້ຮ່ວມກໍ່ຕັ້ງຂອງມູນນິທິ ອາຊາ - The Asha Foundation (TAF). ທ່ານ ນາງ ຮັບສະໝັກ ແລະ ຝຶກອົບຮົມພະນັກງານ ແລະ ດໍາເນີນຫຼັກສູດສອນພາສາຢູ່ທີ່ມູນນິທິ TAF. ທ່ານ ນາງ ໄດ້ຮັບການອຸປະຖໍາຕັ້ງແຕ່ ຕອນທີ່ທ່ານອາຍຸຍັງນ້ອຍຫຼາຍ ແລະ ທ່ານ ນາງ ໄດ້ຖືກລ້ຽງໃຫ້ມີຈິດໃຈຮັບໃຊ້ຄົນອື່ນ ກ່ອນຕົນເອງ. ໂດຍນໍາໃຊ້ຕົວແບບຂອງຜູ້ປົກຄອງບຸນທໍາຂອງທ່ານເອງ, ໃນປະຈຸບັນນີ້ ທ່ານ ນາງ ຈຶ່ງອຸທິດຕົນ ໃຫ້ ການຖ່າຍທອດຄວາມ ຮູ້ຈາກເດັກກໍ່າພ້າຄົນໜຶ່ງໄປຫາຄົນອື່ນໆ ອີກ.
ທ່ານ ນາງ ແຄັດທີ ລີ
ຫຼື “ດີດີ”
(Cathy “Didi” Lee)Director of Sunshine School
ທ່ານ ນາງ Didi ເປັນຜູ້ອໍານວຍການຂອງໂຮງຮຽນ ສຸລິຍາ. ທ່ານເປັນຄູສອນສັນຊາດອົດສະຕຣາລີ/ຍີປຸ່ນ ທີ່ເຮັດວຽກຢູ່ປະເທດລາວ ເປັນເວລາ 14 ປີແລ້ວ. ທ່ານ ນາງ Didi ມີປະສົບການກວ້າງຂວາງ ໃນຂົງເຂດ ການພັດທະນາດ້້ານການສຶກສາ ແລະ ຊຸມຊົນ ຍ້ອນວ່າ ເຄີຍເຮັດວຽກ ແລະ ຄວບຄຸມໂຄງການຕ່າງໆ ໃນທະວີບອາຊີ, ອົດສະຣາລີ ແລະ ຢູໂຣບ ເປັນເວລາຫຼາຍກວ່າ 40 ປີ. ທ່ານເປັນຜູ້ຊ່ຽວຊານທາງດ້ານການສຶກສາ ກ່ຽວກັບ ມະນຸດສາດສະໄໝໃໝ່. ພ້ອມນັ້ນ ທ່ານຍັງເປັນຄູສອນໂຍຄະ ແລະ ນັ່ງຝືກສະມາທິນຳອີກ. ທ່ານ ນາງ Cathy ເປັນໜຶ່ງໃນສະມາຊິກສະພາບໍລິຫານຮຸ້ນທໍາອິດຂອງ ມູນນິທິ ອາຊາ ແລະ ເປັນຄົນທີ່ມີຄວາມໝາຍສໍາຄັນຫຼາຍຕໍ່ກັັບມູນນິທິ ຍ້ອນວ່າທ່ານມີປະສົບການກວ້າງຂວາງ ໃນການດໍາເນີນງານຂອງມູນນິທິເພື່ອການກຸສົນ.
ທ່ານ ດານຽວ ກາລາເກີ
ຫຼື “ມາກ”
(Marc Daniel Gallagher)
ທ່ານ Marc ໄດ້ເຂົ້າມາປະເທດລາວ ເປັນອາສາສະໝັກ ແຕ່ສຸດທ້າຍ ກໍ່ຈົບລົງດ້ວຍການຢູ່ລາວເລີຍ ຍ້ອນວ່າ ທ່ານຕົກຫຼຸມຮັກ ປະເທດລາວແລ້ວ. ທ່ານເປັນຫົວໜ້າຄູສອນ ຢູ່ TAF ESL English Program ທ່ານ Marc ຍັງເປັນຜູ້ປະກອບສ່ວນດ້ານການຕະຫຼາດ ທີ່ສໍາຄັນ ໃຫ້ມູນນິທິ ອາຊາ. ທ່ານ Marc ມັກເຮັດວຽກກັບຜູ້ໃຫຍ່ ແລະ ເດັກນ້ອຍ ແລະ ມັກສ້າງມິດກັບ ອາສາສະໝັກຕ່າງໆ.
ທ່ານ ນາງ ບຸດສະບາ ຈຸທາໄທ
ຫຼື “ສະບາ”
(Bouthsaba “Saba” Chouthathay)
ທ່ານ ນາງ ສະບາ ຮັບພິຊອບໃນຫຼາຍໜ້າທີ່ຂອງມູນນິທິ ອາຊາ. ໃນນີ້ ທ່ານສອນຫ້ອງພາສາອັງກິດ, ແປເອກະສານ, ແປປາກເປົ່າ, ເປັນພະນັກງານຮັບຕ້ອນໃຫ້ຫ້ອງການ, ແລະ ປະສານງານ ລະຫວ່າງ ພະນັກ ງານທີ່ເວົ້າພາສາອັງກິດ ແລະ ບໍ່ເວົ້າພາສາອັງກິດ. ທ່ານ ນາງ ສະບາ ມີຄວາມຫຼົງໄຫຼ ໃນສິນລະປະ ແລະ ມັກເຮັດວຽກກັບເດັກນ້ອຍ.
ຕົ້ງ ມົວ (Tong Moua)
ທ້າວ ຕົ້ງ ເປັນຄົນຊົນເຜົ່າມົ້ງ ມາຈາກແຂວງຊຽງຂວາງ ໃນເຂດພື້ນທີ່ພູຜາທາງພາກເໜືອ ຂອງປະເທດລາວ. ທ່ານຊ່ວຍວຽກທຸກຢ່າງຢູ່ໃນໂຮງຮຽນສຸລິຍາ ແລະ ເປັນຜູ້ປະສານງານໃຫ້ອາສາສະໝັກ ສໍາລັບ ມູນນິທິ ອາຊາ. ໃນນີ້ ທ່ານເປັນຜູ້ຈັດຫາບ່ອນພັກເຊົາໃຫ້ແກ່ອາສາສະໝັກທີ່ເຂົ້າມາພັກເຊົາ ແລະ ຊ່ວຍເຫຼືອເຂົາເຈົ້າໃນສິ່ງທີ່ຈຳເປັນ ແລະ ຕ້ອງການໃນຊິວິດປະຈໍາວັນ.
ທ່ານ ນາງ ຈໍາປີ ຫວງຍາຈິດ
ຫຼື “ປີ”
(Champi “Pee” Houngnyachit)
ທ່ານ ນາງ ຈໍາປີ ເຮັດວຽກຊ່ວຍເຫຼືອເພື່ອນຮ່ວມງານຢູ່ຫ້ອງການຮັບຕ້ອນຂອງໂຮງຮຽນສຸລິຍາ ແລະ ຊ່ວຍວຽກງານຮັບຕ້ອນ ແລະ ແປເອກະສານ. ທ່ານເປັນຄົນມ່ວນຊື່ນ ໃນເວລາເຮັດວຽກກັບໂຮງຮຽນສຸລິຍາ ແລະ ມັກຊ່ວຍມູນນິທິອາຊາ.
ທັດສະນີ ນານດີ
ຫຼື “ຈັກກະຈັ່ນ”
(Thatsany “Jagajan” Nandee)
ທ່ານ ນາງ ຈັກກະຈັ່ນ ເຮັດວຽກໃນຫ້ອງການຮັບຕ້ອນຂອງໂຮງຮຽນສຸລິຍາ ແລະ ຊ່ວຍວຽກງານຮັບຕ້ອນ, ແປເອກະສານ ແລະ ແປປາກເປົ່າ. ທ່ານມັກເຮັດວຽກກັບໂຮງຮຽນສຸລິຍາ ແລະ ຮ່ວມງານກັບມູນນິທິ ອາຊາ ເພື່ອຊ່ວຍວຽກບໍລິຫານ.