The Asha Foundation
ນະຄອນຫຼວງວຽງຈັນ, ປະເທດລາວ. ປະເທດລາວ ເປັນປະເທດທີ່ມີເນື້ອທີ່ຂະໜາດນ້ອຍ, ມີຄວາມສວຍງາມ ແລະ ບໍ່ມີຊາຍແດນຕິດຈອດກັບທະເລ. ອາກາດສົດຊື່ນ ປາດສະຈາກມົນລະພິດຈາກອຸດສາຫະກໍາ ແລະ ການສັນຈອນ. ຄົນລາວເປັນຄົນອົບອຸ່ນ ແລະ ມີມິດໄມຕີ ແຕ່ເຖີງແນວໃດກໍ່ຕາມ ຖືວ່າຍັງມີຄົນຈຳນວນໜ້ອຍໜື່ງເທົ່ານັ້ນທີ່ສາມາດເວົ້າພາສາອັງກິດໄດ້.

ໃນນະຄອນຫຼວງວຽງຈັນ, ມູນນິທິ ອາຊາ ໄດ້ຮ່ວມວຽກງານກັບ ໂຮງຮຽນສຸລິຍາ. ໂຮງຮຽນ ສຸລິຍາ ຕັ້ງຢູ່ໃຈກາງນະ ຄອນຫຼວງວຽງຈັນ ເຊິ່ງໃຊ້ເວລາພຽງແຕ່ 30-45 ນາທີ ຈາກຊາຍແດນຂົວມິດຕະພາບລາວ-ໄທ. ໂຮງຮຽນຫຼັງນີ້ ເປັນສະຖາບັນທີ່ໃຫ້ການສິດສອນລະດັບຕົ້ນ ເຖິງລະດັບກາງ ທີ່ດໍາເນີນການສຶກສາ ດ້ວຍຄວາມຫຼາກຫຼາຍທາງວັດທະນາທໍາ ແລະ ມີຫຼັກຈັນຍາບັນໃນການຊ່ວຍໃຫ້ເດັກໄດ້ຮຽນຮູ້ແບບເຊື່ອມສານ ແລະ ເພື່ອການພັດທະນາແບບຮອບດ້ານຂອງເດັກ. ນອກນີ້ ຍັງມີຫ້ອງຮຽນພາສາອັງກິດ ສໍາລັບ ຜູ້ໃຫຍ່ເຊັ່ນກັນ ທັ່ງນີ້ ກໍ່ເພື່ອເປັນການຊ່ວຍພັດທະນາແຮງງານຂອງປະເທດລາວ ໃຫ້ສາມາດເພີ້ມການແຂ່ງຂັນໃນຂົງເຂດວຽກງານຕ່າງໆໄດ້. ໃນນີ້ ຍັງໄດ້ມີການເປີດສອນພາສາລາວ ແລະ ພາສາໄທ ໃຫ້ແກ່ຄົນຕ່າງປະເທດ ເພື່ອສົ່ງເສີມການສື່ສານ ໃນແວດລ້ອມຂອງການເຮັດວຽກ ລະຫວ່າງ ຄົນລາວ ແລະ ຄົນຕ່າງປະເທດອີກນຳ.
ໃນເມືອງ ສັງຂະລະບູຣີ, ປະເທດໄທ, ພື້ນທີ່ນີ້ ເປັນບ້ານຂອງຜູ້ອົບພະຍົກຫຼາຍຄົນ ທີ່ໜີສົງຄາມ, ຜູ້ທີ່ຖືກບັງຄັບໃຊ້ແຮງງານ ແລະ ມີຄວາມທຸກຍາກໃນປະເທດມຽນມາ. ການອອກຈາກຄອບຄົວ ແລະ ຊຸມຊົນ ໄດ້ເປັນການທໍາລາຍ ຕາໜ່າງຂອງການຊ່ວຍເຫຼືອ ສໍາລັບ ຄອບຄົວ ແລະ ຍິ່ງເຮັດໃຫ້ບັນຫາທ້າທາຍຕ່າງໆ ທີ່ພວກເຂົາປະສົບຢູ່ນັ້ນ ເພີ້ມທະວີຂຶ້ນຫຼາຍ ໃນເວລາເຄື່ອນຍ້າຍໄປຕັ້ງຖິ່ນຖານ ໃນຕ່າງແດນ ແລະ ໃນວັດທະນາທໍາທີ່ແຕກຕ່າງ. ຫຼັງຈາກເຂົ້າມາຮອດ ປະເທດໄທແລ້ວ, ຜູ້ອົບພະຍົກຄົນມຽນມ້າ ກໍ່ໄດ້ຖືກຈໍາກັດ ໃຫ້ໃຊ້ຊີວິດຢູ່ໃນເຂດພື້ນທີ່ນ້ອຍໆ ໃກ້ກັບຊາຍແດນ ເຊິ່ງເປັນບ່ອນທີ່ ພວກເຂົາຖືກຈໍາແນກການປະຕິບັດ ແລະ ຂາດວຽກເຮັດງານທຳ. ການເຂົ້າເຖິງ ການປິ່ນປົວພະຍາດ ແລະ ການສຶກສາຂອງລັດ ແມ່ນມີໜ້ອຍທີ່ສຸດ ຍ້ອນວ່າ ຜູ້ອົບພະຍົກ ປະສົບກັບອຸປະສັກຫຼາຍໃນດ້ານການຮັບການໃຫ້ບໍລິການສັງຄົມ ເນື່ອງຈາກບໍ່ມີເອກະສານທີ່ຖືກຕ້ອງຕາມກົດໝາຍນັ້ນເອງ.

ຢູ່ທີ່ນີ້, ມູນນິທິ ອາຊາ ແມ່ນໄດ້ໃຫ້ການຊ່ວຍເຫຼືອບ້ານເດັກເອີ້ນວ່າ ບ້ານອຸ່ນຮັກ ເຊິ່ງໄດ້ສ້າງຕັ້ງຂຶ້ນໃນປີ 1990 ໂດຍທ່ານນາງ ດີ່ດີ້ ອານັນດາ ເດວາມາລາ (Didi Ananda Devamala).

ເດັກນ້ອຍສ່ວນຫຼາຍ ທີ່ໄດ້ຮັບການຊ່ວຍເຫຼືອຈາກ ມູນນິທິ ແມ່ນມາຈາກປະເທດມຽນມ້າ ຫຼື ເກີດໃນປະເທດໄທ ແຕ່ຂາດເອກະສານທີ່ຖືກຕ້ອງຕາມກົດໝາຍ ທີ່ແຈ້ງເຖິງຕົວຕົນທາງສັນຊາດຂອງພວກເຂົາ.

ເປັນເວລາຫຼາຍກວ່າ 20 ປີຜ່ານມາ, ບ້ານເດັກດັ່ງກ່າວ ໄດ້ຮັບເອົາເດັກຫຼາຍຮ້ອຍຄົນ ຈາກພື້ນທີ່ຊາຍແດນແຫ່ງນີ້ ແລະ ໄດ້ເອົາໃຈໃສ່ເບິ່ງຄວາມຈໍາເປັນຂອງພວກເຂົາທັງໝົດ. ບ້ານດັ່ງກ່າວນີ້ ຍັງໄດ້ໃຫ້ທີ່ພັກອາໃສ ແລະ ໃຫ້ວຽກເຮັດງານທຳທີ່ເໝາະສົມ ໃນຮູບແບບຂອງສູນຕໍ່າຜ້າ, ຮ້ານເຮັດເຂົ້າໜົມ, ສູນແມ່ຍິງ, ແລະ ແຜນງານເຄື່ອນທີ່ເຂົ້າເຖິງຊຸມຊົນ ເພື່ອຊ່ວຍຜູ້ໃຫຍ່ ແລະ ໄວໜຸ່ມສາວ ທີ່ໄດ້ຮັບຄວາມທູກຍາກລໍາບາກ.
ເມືອງດາວາວ (Davao), ປະເທດ ຟິລິບປິນ. ໃນປີ 1987, ຍ້ອນຄວາມເດືອດຮ້ອນ ຂອງຜູ້ດ້ອຍໂອກາດ ໃນສັງຄົມຂອງປະເທດຟິລິບປິນ, ກຸ່ມຄົນໜຶ່ງທີ່ມີຈິດໃຈດີ ແລະ ພ້ອມໃຫ້ບໍລິການ ໄດ້ມາເຕົ້າໂຮມກັນ ເພື່ອດໍາເນີນວຽກງານສະ ຫວັດດີການສັງຄົມຢ່າງບໍ່ເປັນທາງການ ສໍາລັບ ຄົນຟິລິບປິນທີ່ໂຊກບໍ່ດີນັ້ນ. ເຊິ່ງສອງໃນຈໍານວນກູ່ມດັ່ງກ່າວມານັ້ນ ກໍ່ແມ່ນມີທ່ານ ດ່າດ້າ ຊິດານັນດາ (Dada Cidananda) ແລະ ທ່ານ ດີ່ດີ້ ອານັນດາ ຊູປຣີຕິ (Didi Ananda Supritii) ພວກເຂົາເລີ້ມສ້າງໂຮງຮຽນ ແລະ ບ້ານເດັກ ແລະ ດໍາເນີນແຜນງານສະຫວັດດີການສັງຄົມ ເຊັ່ນວ່າ ການໃຫ້ອາຫານ ສໍາລັບ ຄົນທຸກຍາກ ແລະ ຄົນບໍ່ມີບ້ານຢູ່, ໃຫ້ການປິ່ນປົວສຸຂະພາບ ແລະ ປົວແຂ້ວ ໂດຍບໍ່ເສຍຄ່າ ໃນເຂດທຸກຍາກຂາດເຂີນ, ພ້ອມທັງ ໃຫ້ການຊ່ວຍເຫຼືອບັນເທົາທຸກ ສໍາລັບ ຜູ້ເຄາະຮ້າຍ ຈາກໄພພິບັດ ແລະ ໃຫ້ບ່ອນຢູ່ ສໍາລັບ ຄົນບໍ່ມີບ້ານຢູ່.

ຍ້ອນຜົນໄດ້ຮັບຈາກການເຮັດວຽກຕິດພັນກັບຮາກຖານຂອງຄົນທຸກຍາກເປັນເວລາຫຼາຍປີ, ໃນປີ 1990, ທ່ານ ດ່າດ້າ ແລະ ຄົນອື່ນໆ ຈຶ່ງໄດ້ສ້າງຕັ້ງ ອົງກອນວິຊາຊີບ ທີ່ມີຊື່ວ່າ ມູນນິທິ Baba's Foundation Inc. (BFI) ເພື່ອຈັດຝຶກອົບຮົມວິຊາການ ແລະ ໃຫ້ການຊ່ວຍເຫຼືອດ້ານການເງິນ ໃນຮູບແບບຂອງການເງິນຈຸລະພາກ ເພື່ອຊ່ວຍກໍາມະກອນໃນເຂດຊົນນະບົດ ໃຫ້ສາມາດສ້າງຕັ້ງສະຫະກອນ ແລະ ທຸລະກິດຂະໜາດນ້ອຍທີ່ກຸ້ມຕົນເອງໄດ້.

ໃນເມືອງດາວາວ, ມູນນິທິ ອາຊາ ໄດ້ຮ່ວມວຽກງານກັບ ມູນນິທິ Baba's Foundation ແລະ ອົງການ Ananda Marga ພ້ອມທັ່ງ ກຸ່ມຮາກຖານອື່ນໆ ເພື່ອບັນລຸເປົ້າໝາຍອັນດຽວກັນ ຂອງພວກເຂົາ ກໍ່ຄື ການສຶກສາທີ່ທົ່ວເຖິງ, ກຸ້ມຕົນເອງ, ການຝຶກອົບຮົມທັກສະ ແລະ ການພັດທະນາຊຸມຊົນ.